FAW Jiefang ໄດ້ເຊັນສັນຍາກັບ CATL ເພື່ອຮ່ວມກັນສົ່ງເສີມການພັດທະນາຍານພາຫະນະການຄ້າພະລັງງານໃຫມ່

281
ວັນທີ 6 ມັງກອນນີ້, FAW Jiefang ແລະ CATL ໄດ້ຈັດພິທີລົງນາມການຮ່ວມມືຍຸດທະສາດຢູ່ນະຄອນ Ningde, Fujian. ຕາມຂໍ້ຕົກລົງ, ສອງຝ່າຍວາງແຜນຈະດຳເນີນການຮ່ວມມືຮອບດ້ານໃນຂົງເຂດພາຫະນະການຄ້າພະລັງງານໃໝ່, ໃນນັ້ນມີການໜູນຊ່ວຍຜະລິດຕະພັນ, ພັດທະນາຜະລິດຕະພັນ, ການນຳໃຊ້ໂຄງການເຕັກໂນໂລຊີ, ກໍ່ສ້າງນິເວດອຸດສາຫະກຳ, ການປະດິດສ້າງຮູບແບບທຸລະກິດ ແລະ ອື່ນໆ.